Tumgik
Text
ທີ່ໃດມີຄວາມເສົ້າ
ໂດຍ: ຄວັນສີເທົາ ອາຄານເກົ່າແກ່ແລະຊຸດໂຊມທີ່ປາກົດຢູ່ດ້ານໜ້າ ເຮັດໃຫ້ເກີດຄວາມຮູ້ສຶກບາງສິ່ງບາງຢ່າງຂຶ້ນພາຍໃນໃຈ ທ້ອງຟ້າຂອງເຊົ້ານີ້ບໍ່ໄດ້ເປັນສີຟ້າເໝືອນວັນທີ່ຜ່ານໆມາ ຍາມທີ່ທ້ອງຟ້າໄຮ້ແສງຕາເວັນມັກຈະກໍ່ໃຫ້ເກີດຄວາມອຶມຄຶ້ມ ໝົ່ນເທົາ ແລະ ໝອງເສົ້າ ເຊັ່ນດຽວກັນກັບໃຈເຮົາທີ່ບາງຄັ້ງເກີດຄວາມຮູ້ສຶກບາງຢ່າງຂຶ້ນໂດຍທີ່ຕົນເອງກໍອະທິບາຍບໍ່ຖືກ–ໝົ່ນເສົ້າ ເຫງົາຊຶມ ແລະ ໂດດດ່ຽວ. ຕອນນີ້…
Tumblr media
View On WordPress
0 notes
Text
ເຮົາຕ່າງມີຊີວິດເພື່ອພົບນະຄອນໃນຝັນ
ໂດຍ: ຄວັນສີເທົາ ແຜນທີ່ໂລກທີ່ປາສະຈາກນະຄອນໃນຝັນ ກໍໄຮ້ຄ່າແກ່ການເຫຼືອບຕາມອງ ເພາະເປັນໂລກທີ່ລະເລີຍດິນແດນທີ່ມະນຸດໃຝ່ຝັນຈະໄປເຖິງ– Oscar Wilde ເມື່ອລົດຂອງພວກເຮົາຄ່ອຍເຄື່ອນຕົວອອກຈາກຜູ້ຄົນໃນຕົວເມືອງກາຣ໌ກິລ ຍິ່ງຫ່າງໄກກໍຍິ່ງຮູ້ສຶກສຳຜັດໄດ້ເຖິງຄວາມງຽບທີ່ຄ່ອຍໆແຜ່ຊ່ານເຂົ້າມາ ວິວສອງຂ້າງທາງແຖວນີ້ແຕກຕ່າງຢ່າງສິ້ນເຊີງກັບເສັ້ນທາງທີ່ພວກເຮົາຜ່ານມາມື້ວານ ເພາະແຖວນີ້ພູມິປະເທດເຕັມໄປດ້ວຍພູຫົວໂລ້ນ…
Tumblr media
View On WordPress
0 notes
screechingheartgiver · 3 months
Text
ຮ່ອງຮອຍແຫ່ງການເວລາ
ໂດຍ: ຄວັນສີເທົາ ປັ໋ງ!…ບໍ່ຕ້ອງຕື່ນຕົກໃຈ ສຽງນີ້ບໍ່ໄດ້ດັງມາຈາກປະເທດອິດສະເອລແນ່ນອນ ອັນຕະລາຍມີຢູ່ຮອບຕົວ ຫາກບໍ່ລະວັງ ເຮົາຈະກາຍເປັນເຫຍື່ອຂອງສິ່ງເຫຼົ່ານັ້ນກໍເປັນໄດ້ ກ່ອນອອກເດີນທາງໄປເລຫ໌ລາດັກມື້ນີ້ ພວກເຮົາມີພາຣະກິດຢ່າງໜຶ່ງຄື ການໄປໄຫວ້ພຣະສີອະຣິຍະເມດໄຕຣ (ບ້ານເຮົາມັກເອີ້ນວ່າ ພຣະສີອານນັ້ນແຫຼະ ອົງດຽວກັນເດີ) ທີ່ຕັ້ງຢູ່ຫ່າງຈາກຕົວເມືອງກາຣ໌ກິລປະມານສິບຫົກກິໂລແມັດ…
Tumblr media
View On WordPress
0 notes
screechingheartgiver · 7 months
Text
ບາງຄຳຖາມຜ່ານເຂົ້າມາເພື່ອບອກກັບເຮົາວ່າ
ໂດຍ: ຄວັນສີເທົາ ຫຼາຍຄັ້ງທີ່ເຮົານຳຕົນເອງອອກໄປຜະເຊີນກັບສະຖານທີ່ແປກໃໝ່ ຜູ້ຄົນທີ່ແປກໜ້າ ແລະສະພາບແວດລ້ອມທີ່ເຮົາບໍ່ຄຸ້ນເຄີຍ ຊີວິດກໍມັກໂຍນແງ່ຄິດບາງຢ່າງມາໃຫ້ໂດຍທີ່ເຮົາບໍ່ທັນໄດ້ຕັ້ງຕົວ ບາງຄັ້ງແງ່ຄິດທີ່ວ່ານັ້ນຄືຈຸດເລີ່ມຕົ້ນຂອງການດຳເນີນຊີວິດໃນແບບທີ່ເຮົາຕ້ອງການ ມີໃຜເຄີຍເປັນບໍ່ ໃນລະຫວ່າງການເດີນທາງໄປສະຖານທີ່ໃດໜຶ່ງ ມັກຈະມີແນວຄິດບາງຢ່າງແລ່ນເຂົ້າມາໃນຫົວ ທັງໆທີ່ເຮົາກໍບໍ່ຄ່ອຍໄດ້ຄິດເຖິງເລື່ອງນັ້ນມາກ່ອນ…
Tumblr media
View On WordPress
0 notes
screechingheartgiver · 9 months
Text
Tomorrow is tomorrow
ໂດຍ: ຄວັນສີເທົາ ຂໍຢືມໄທມ໌ແມັກຊີນ (Time Machine) ຂອງໂດເຣມ່ອນແປບໜຶ່ງ ເພື່ອຍ້ອນເວລາກັບໄປ ເລົ່າເຖິງເຫດການທີ່ເກີດຂຶ້ນມື້ວານນີ້ເພີ່ມເຕີມ. ໃນຂະນະທີ່ພວກເຮົາກຳລັງຊື້ຊິມມືຖືຢູ່ດ້ານນອກສະໜາມບິນເມືອງສີນາກາຣ໌ຢູ່ນັ້ນ ຂ້ອຍເຫຼືອບໄປເຫັນທະຫານໃນຊຸດເຄື່ອງແບບຢືນຖືປືນຍ່າງໄປຍ່າງມາຢູ່ບໍລິເວນອາຄານຫຼັງໜຶ່ງ ແຫງນໜ້າຂຶ້ນເທິງດາດຟ້າ ຮັ່ນແນ…ຢືນຢູ່ຫັ້ນອີກຄົນໜຶ່ງ ຄິດໃນໃຈ ປືນລັ່ນໃສ່ພຣະຊ່ະໜໍ! ພາຍຫຼັງທີ່ພວກເຮົາຂຶ້ນລົດມາແລ້ວ…
Tumblr media
View On WordPress
0 notes
Text
ເງິນຕາລະຫວ່າງປະເທດກັບການຈັດລະບຽບໂລກ
ເມື່ອເວົ້າເຖິງເງິນ ຜູ້ໃດກໍຢາກໄດ້. ມີຄົນບອກວ່າ ມະນຸດເຮົາຈະສຸກຈະທຸກກໍເພາະເງິນ ແລະຈະຕາຍກໍເພາະເງິນ. ເງິນໄດ້ເຂົ້າມາມີບົດບາດໃນຊີວິດມະນຸດ ກໍຕໍ່ເມື່ອມະນຸດຍອມຮັບຄຸນຄ່າຂອງມັນ ເພື່ອແລກປ່ຽນກັບສິ່ງຕ່າງໆ ຊຶ່ງແມ່ນສິ່ງຈໍາທີ່ຄົນເຮົາຕ້ອງໃຊ້ແລະບໍລິໂພກໃນຊີວິດປະຈໍາວັນ. ການທີ່ມະຫາອໍານາດຕາເວັນຕົກແລະສະຫະລັດອາເມຣິກາເກາະກຸ່ມກັນຢ່າງໜຽວ ແໜ້ນມາເປັນເວລາດົນນານຈົນກາຍເປັນຜູ້ຈັດລະບຽບໂລກ ແລະກາຍມາເປັນມະຫາອໍານາດເບີ 1…
Tumblr media
View On WordPress
0 notes
Text
ຈະມີຈັກຄັ້ງທີ່ຈະມີໂອກາດ ໄດ້ນັ່ງຟັງສຽງຄື່ນທະເລ
ໂດຍ: ຄວັນສີເທົາ ເຫັນຄື່ນທະເລຊັດກະທົບຝັ່ງແລ້ວແຕກເປັນຟອງຝອຍ ລະລອກແລ້ວລະລອກເລົ່າ ບາງຄື່ນກະທົບໃສ່ກັບໂງ່ນຫີນຢ່າງຈັງຈົນນ້ຳຟົ້ງກະຈາຍ ແລ້ວໄຫຼລົງສູ່ທະເລອີກຄັ້ງໜຶ່ງ ປູທະເລແລ່ນຫຼິ້ນໄປມາທ່າມກາງເມັດນ້ຳທີ່ຟົ້ງຂຶ້ນເທິງກ້ອນຫີນ ເໝືອນເດັກນ້ອຍກຳລັງແລ່ນຫຼິ້ນທ່າມກາງສາຍຝົນ ເຫັນແລ້ວ ນຶກເຖິງວິຊາໜຶ່ງທີ່ເຄີຍຮຽນໃນສະໄໝມັດທະຍົມ ທີ່ກ່າວວ່າ ໃນໂລກນີ້ປະກອບດ້ວຍສິ່ງທີ່ມີຊີວິດ ແລະ ສິ່ງທີ່ບໍ່ມີຊີວິດ. ທະເລ ແລະ…
Tumblr media
View On WordPress
0 notes
Text
ທາງເດີນທີ່ບໍ່ແນ່ນອນ
ໂດຍ: ຄວັນສີເທົາ ທາງເສັ້ນນີ້ກຳລັງນຳພາອາຕະມາເຂົ້າສູ່ໂໝດແຫ່ງການຈາຣິກສະແຫວງບຸນອີກຄັ້ງໜຶ່ງ ພວກເຮົາກຳລັງເດີນທາງມຸ່ງໜ້າໄປສູ່ວັດແຫ່ງໜຶ່ງທີ່ມີຊື່ວ່າ ວັດທ່າຊ້າງ ຫ່າງຈາກຕົວນະຄອນຫຼວງວຽງຈັນປະມານ 74 ກິໂລແມັດ ຕອນນີ້ ລົດກຳລັງແລ່ນຢູ່ຖະໜົນ 13 ໃຕ້ ດ້ວຍຄວາມໄວເທົ່າໃດກິໂລແມັດຕໍ່ຊົ່ວໂມງ ອັນນີ້ບໍ່ຮູ້ ຜ່ານສະໜາມກີລາຫຼັກສິບຫົກ ທ້ອງຖະໜົນອົບອວນໄປດ້ວຍຝຸ່ນ ແລະ ຄວັນລົດ ບາງບ່ອນ…
Tumblr media
View On WordPress
0 notes
Text
ການເປີດ ແລະ ປິດໃຈສົ່ງຜົນແນວໃດຕໍ່ຊີວິດ
ໂດຍ: ຄວັນສີເທົາ ຖ້າສາມາດຈຳແນກມະນຸດໃນໂລກນີ້ອອກເປັນສອງປະເພດ ຜູ້ອ່ານຈະຈຳແນກອອກໃນລັກສະນະໃດ? ເປັນໄປໄດ້ບໍ່ທີ່ເຮົາຈະຈຳແນກມະນຸດອອກເປັນສອງປະເພດ ດັ່ງນີ້: ໜຶ່ງ-ມະນຸດທີ່ມີຈິດໃຈກວ້າງຂວາງ ສອງ-ມະນຸດທີ່ມີຈິດໃຈບໍ່ກວ້າງຂວາງ ຫຼືເວົ້າງ່າຍໆວ່າ ມີຈິດໃຈຄັບແຄບນັ້ນແຫຼະ ມະນຸດທັງສອງປະເພດນີ້ມີຄວາມແຕກຕ່າງກັນແນວໃດ? ເປັນໄປໄດ້ບໍ່ທີ່ຄຸນລັກສະນະທັງສອງແບບນີ້ຈະມີຢູ່ໃນຕົວຄົນຄົນໜຶ່ງໃນຊ່ວງເວລາດຽວກັນ? ແລະ ທີ່ສຳຄັນ…
Tumblr media
View On WordPress
0 notes
Text
ເຫດຜົນທີ່ຄວນເລີກອ່ານຂ່າວ
ໂດຍ: ຄວັນສີເທົາ ນ້ຳຕານມີຜົນຕໍ່ຮ່າງກາຍແບບໃດ ຂ່າວກໍມີຜົນຕໍ່ຈິດໃຈແບບນັ້ນ–ນັກຂຽນຊາວສະວິດເຊີແລນຄົນໜຶ່ງກ່າວໄວ້ແບບນັ້ນ. ວັນທີ 1 ກຸມພາ ພົນເອກອາວຸໂສ ມິນ ອອງ ລາຍ ທຳລັດຖະປະຫານ ລົ້ມລ້າງລັດຖະບານທີ່ມາຈາກການເລືອກຕັ້ງຂອງພັກ ເອັນແອລດີ (NLD) ຂອງນາງອອງຊານຊູຈີ, ຕົ້ນເດືອນພຶດສະພາ ຄວາມຂັດແຍ້ງກັນລະຫວ່າງອິດສະລະເອລ ກັບ ປາເລດສະໄຕ ລະເບີດຂຶ້ນອີກຄັ້ງ ທັງສອງຝ່າຍຕໍ່ສູ້ກັນເປັນເວລາສິບກວ່າວັນຈຶ່ງເຮັດສັນຍາຢຸດຍິງ, ວັນທີ 15 ສິງຫາ…
Tumblr media
View On WordPress
0 notes
Text
ຄວາມຍຶດຖື ຄືຄວາມເຈັບປວດ
ໂດຍ: ຄວັນສີເທົາ ໃນຍຸກປັດຈຸບັນ ການງານຫຼາຍຢ່າງໄດ້ປ່ຽນໄປ ເທັກໂນໂລຊີໃໝ່ໆເກີດຂຶ້ນແທບຈະຕະຫຼອດເວລາ ທັກສະທີ່ເຄີຍໃຊ້ໄດ້ຜົນດີໃນອະດີດອາດຈະຫຼ້າສະໄໝໄປແລ້ວ ການເຝິກທັກສະໃໝ່ໆຈຶ່ງກາຍເປັນເລື່ອງຈຳເປັນແລະກຳລັງຈະກາຍເປັນເລື່ອງປົກກະຕິ ເພື່ອປັບຕົວໃຫ້ເຂົ້າກັບສະພາບສັງຄົມທີ່ປ່ຽນແປງຢູ່ຕະຫຼອດເວລາ ໃຜກໍຮູ້ວ່າການເຝິກທັກສະໃໝ່ໆເປັນສິ່ງທີ່ຍາກ ແຕ່ນ້ອຍຄົນທີ່ຈະຮູ້ວ່າການລະຖິ້ມທັກສະທີ່ເຝິກໄດ້ແລ້ວນັ້ນ…
Tumblr media
View On WordPress
0 notes
Text
ເຫດຜົນຂອງຄົນຈະສູດມົນ
ການສູດມົນ ຫຼື ເອີ້ນອີກຢ່າງໜຶ່ງວ່າ ການສາທະຍາຍມົນ ເປັນໜຶ່ງໃນກິດຈະວັດທີ່ສຳຄັນຂອງພຣະສົງ-ສາມະເນນ ຕະຫຼອດເຖິງອຸບາສົກ ອຸບາສິກາໃນພຣະພຸດທະສາສະໜາ ສະໄໝກ່ອນການສາທະຍາຍມົນຖືວ່າເປັນໜຶ່ງໃນວິທີທີ່ດີທີ່ສຸດໃນການສືບທອດອາຍຸພຣະພຸດທະສາສະໜາ ການສູດມົນມີມາຕັ້ງແຕ່ສະໄໝພຸດທະການ
ໂດຍ: ຄວັນສີເທົາ ໂໝ່ງ.. ໂໝ່ງ.. ໂໝ່ງ.. ໂໝ່ງ.. ໂໝ່ງ.. ໂໝ່ງ.. ໂໝ່ງ.. ໂໝ່ງ.. ໂໝ່ງ.. ພາຍຫຼັງສິ້ນສຸດສຽງຄ້ອງບາດທີເກົ້າ ພຣະສົງ-ສາມະເນນກໍທະຍອຍກັນຍ່າງອອກມາຈາກຫ້ອງ ບາງອົງມີແກ້ວນ້ຳຢາດຢູ່ໃນມື ບາງອົງຖືພວງກຸນແຈມານຳ ບາງອົງຈັບມືຖືຂຶ້ນມາເຂ່ຍໃນຂະນະທີ່ຍ່າງມຸ່ງໜ້າໄປສູ່ສິມ ເພື່ອຮ່ວມກັນໄຫວ້ພຣະສູດມົນ. ການສູດມົນ ຫຼື ເອີ້ນອີກຢ່າງໜຶ່ງວ່າ ການສາທະຍາຍມົນ ເປັນໜຶ່ງໃນກິດຈະວັດທີ່ສຳຄັນຂອງພຣະສົງ-ສາມະເນນ ຕະຫຼອດເຖິງອຸບາສົກ…
Tumblr media
View On WordPress
0 notes
Text
ເຫດຜົນຂອງຄົນຄົນໜຶ່ງ
ໂດຍ: ຄວັນສີເທົາ ເຮົາມັກໄດ້ຮັບການສັ່ງສອນມາວ່າ ການຜິດຖຽງກັນ ຫຼືໂຕ້ແຍ້ງກັນເປັນເລື່ອງທີ່ບໍ່ດີ ຄວນຫຼີກເວັ້ນຖ້າບໍ່ຈຳເປັນຕ້ອງປະທະກັນ ມີຄຳສຸພາສິດບົດໜຶ່ງທີ່ວ່າ “ຮັກຍາວໃຫ້ບັ່ນ ຮັກສັ້ນໃຫ້ຕໍ່” ຄວາມໝາຍຄື ຖ້າຢາກມີຄວາມສຳພັນກັນແບບຍືນຍາວໃຫ້ພະຍາຍາມຫຼີກເວັ້ນການຜິດຖຽງ ເພາະເປັນສາເຫດຂອງການອາຄາດບາດໝາງເຊິ່ງກັນແລະກັນ ສະນັ້ນ ຖ້າຢາກຮັກກັນຍາວໆ ຕັດໄຟແຕ່ຕົ້ນລົມຊ່ະ ຢ່າຜິດຖຽງກັນເລີຍເນາະ!  ສ່ວນຮັກສັ້ນໃຫ້ຕໍ່ຄື…
Tumblr media
View On WordPress
0 notes
Text
ທາງແຫ່ງຄົນແພ້
ກ່ອນລົ້ມຫົວນອນຄືນນີ້ ຈັບໜັງສືເຫຼັ້ມໜຶ່ງຂຶ້ນມາອ່ານ  ເນື້ອຫາໃນນັ້ນເວົ້້າກ່ຽວກັບຈິຕະວິທະຍາໃນການພັດທະນາຕົນເອງ ຄວມຈິງເນື້ອຫາສ່ວນຫຼາຍ ກໍເຄີຍໄດ້ຍິນໄດ້ຟັງມາແລ້ວຫຼາຍຄັ້ງ ແຕ່ກໍຢ່າງວ່າລະເນາະ  ໄຟ��ນໃຈມັກຈະຄ່ອຍໆມອດລົງ ເມື່ອເຮົາປ່ອຍກາຍປ່ອຍໃຈໃຫ້ເລື່ອນໄຫຼໄປກັບເລື່ອງຕ່າງໆໃນຊີວິດເຊິ່ງຫຼາຍຄັ້ງເປັນເລື່ອງທີ່ບໍ່ສະລັກສຳຄັນຫຍັງເລີຍ ການໄດ້ມາອ່ານໜັງສືແນວກະຕຸ້ນຕົນເອງແບບນີ້ ຮູ້ສຶກເໝືອນກັບການຍ່າງເຂົ້າໄປຂາບຫຼວງປູ່ຫຼວງຕາ…
Tumblr media
View On WordPress
0 notes
Text
ບີມໍໂຄງການທີ່ຢາກເປັນຫຼາຍກວ່າພຽງຂີ້ເຜິ້ງ
ບີມໍ ເປັນໂຄງການທີ່ຢາກແປຮູບຂີ້ເຜິ້ງໃຫ້ເປັນໄດ້ຫຼາຍກວ່າພຽງຂີ້ເຜິ້ງ ຈຸດປະສົ່ງເພື່ອສະໜັບສະໜູນຄວາມສາມາດ ແລະ ວຽກເຮັດງານທຳໃຫ້ແມ່ຍິງໃນເຂດຊົນນະບົດ ຜະລິດຕະພັນຫຼັກໆຂອງໂຄງການແມ່ນຜ້າເຄືອບຂີ້ເຜິ້ງອະເນກປະສົງ ສາມາດໃຊ້ຫໍອາຫານໄດ້ຫຼາຍປະເພດ ກຸ້ມດົນ ແລະ ຊ່ວຍຫຼຸດຜ່ອນປລາສະຕິກ… BeeMore the project craves to do and be more than the honeycomb and beeswax. the purpose is to support the local women’s capacity to increase…
Tumblr media
View On WordPress
0 notes
Text
ມີແຕ່ທຸກ ແລ້ວຈະປ່ຽນແປງແນວໃດໃຫ້ຕົວເອງ "ໂຊກດີ"?
ມີແຕ່ທຸກ ແລ້ວຈະປ່ຽນແປງແນວໃດໃຫ້ຕົວເອງ “ໂຊກດີ”?
ຄຳວ່າ “ຄວາມປ່ຽນແປງ” ມັນກວ້າງໃຫຍ່ ເປັນສາກົນ ເປັນຄວາມຈິງ ທີ່ຫຼາຍຄົນຮູ້ຢູ່ ແຕ່ຍັງຮັບບໍ່ໄດ້ເມື່ອເຖິງຄາວມັນເກີດກັບຕົວເອງ… ທາງພຸດທະສະໜາ ເອີ້ນຄວາມປ່ຽນແປງນີ້ ວ່າ “ອະນິດຈັງ” (Impermanence) ແປວ່າ ຄວາມບໍ່ທ່ຽງ ຂອງຊົ່ວຄາວ ບໍ່ແນ່ນອນ… ທີ່ວ່າເປັນທຸກ ຄື ມັນອັນຕະລາຍເຖິງຂັ້ນອາດເຮັດໃຫ້ຜູ້ທີ່ໄດ້ຮັບຜົນກະທົບຂອງຄວາມປ່ຽນແປງນີ້ຮ້ອງໄຫ້ ເຈັບປວດ ທຸກທໍລະມານ ເຊັ່ນ ຕິດພະຍາດຮ້າຍ ຄົນຮັກປ່ຽນໄປ ສູນເສຍສິ່ງຂອງທີ່ຮັກ ບໍ່ໄດ້ດັ່ງໃຈ…
Tumblr media
View On WordPress
0 notes
Text
ເມື່ອແຮງກະຕຸ້ນເກີນຈະຕ້ານທານ ເຮົາຈະເດີນຕາມຝັນ
ໂດຍ: ຄວັນສີເທົາ ມື້ກ່ອນເລື່ອນໜ້າ feed ໄປເຫັນຂໍ້ຄວາມໜຶ່ງ ເຂົາບອກວ່າ “ຕາຍໃນວັຍພຽງ 25 ປີ ແຕ່ໄດ້ເຮັດໃນສິ່ງຕົນຢາກເຮັດຢ່າງແທ້ຈິງ ຍັງດີກວ່າ ຕາຍໃນໃນວັຍ 80 ແຕ່ບໍ່ເຄີຍໄດ້ໃຊ້ຊີວິດຕາມທີ່ຕົນເອງຕ້ອງການເລີຍ” ຊີວິດຈະມີຄວາມໝາຍໄດ້ແນວໃດ ຖ້າບໍ່ເຄີຍໃຊ້ມັນໃຫ້ເດີນໄປຕາມຄວາມຮຽກຮ້ອງຂອງຫົວໃຈຕົນເອງ ການເດີນຕາມຄວາມຝັນຂອງຄົນອື່ນ ອາດຈະເປັນການທຳລາຍຊີວິດທັງຊີວິດຂອງຕົນເອງກໍເປັນໄດ້ ການເດີນຕາມຄວາມຝັນຂອງຕົນເອງ ເຖິງຈະເມື່ອຍ…
Tumblr media
View On WordPress
0 notes